ຂປລ. ລັດຖະບານ ກໍຄື ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 4566/ກຊສ, ລົງວັນທີ 23 ສິງຫາ 2021 ວ່າດ້ວຍການຄວບຄຸມ ສານຊືນໃນນໍ້າສີ ຫລື ຜະລິດຕະພັນເຄືອບ ເພື່ອກໍານົດລະບຽບການ ແລະ ມາດຕະການ ກ່ຽວກັບການຄວບຄຸມ ແລະ ຕິດຕາມກວດກາ ຄ່າມາດຕະຖານສ່ວນປະສົມຂອງສານຊືນໃນນໍ້າສີ
ຂປລ. ສະຖາບັນເສດຖະກິດ-ການເງິນ (ສສງ) ເປັນສະຖາບັນການສຶກສາຊັ້ນສູງ ຂຶ້ນກັບກະຊວງການເງິນ ມີພາລະບົດບາດ ເປັນເສນາທິການໃຫ້ກະຊວງການເງິນ, ຊຶ່ງໃນ 5 ປີ ຕໍ່ໜ້າໄດ້ກຳນົດແຜນວຽກຈຸດສຸມ ທັງໝົດ 8 ແຜນງານ 57 ໜ້າວຽກຈຸດສຸມ, ເພື່ອກໍ່ສ້າງ-ພັດທະນາ ຊັບພະຍາກອນມະນຸດ ທາງດ້ານບັນຊີ-ການເງິນ ທີ່ມີຄຸນນະພາບ.
ຂປລ. ເມື່ອບໍ່ດົນມານີ້, ກົມຂົນສົ່ງ ກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ກົມໃຫຍ່ຕຳຫລວດ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການນຳໃຊ້ໂປຣແກມຖານຂໍ້ມູນ ສຳລັບການປະເມີນຜົນ ແລະ ການລາຍງານກ່ຽວກັບອຸບັດເຫດທາງຫລວງ ເພື່ອເຮັດໃຫ້ການນໍາໃຊ້ລະບົບດັ່ງກ່າວ ມີຄວາມຍືນຍົງ ແລະ ໄດ້ນໍາໃຊ້ໃນຂອບເຂດທົ່ວປະເທດ, ທັງເປັນການສືບຕໍ່ຮ່ວມມື
ຂປລ. ໃນວັນທີ 6 ກັນຍາ 2021 ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີເປີດສົກຮຽນໃໝ່ ສົກຮຽນ 2021-2022 ແບບທາງໄກທົ່ວເທດ, ເຊິ່ງເຫັນດີເປັນເອກະພາບ ໃຫ້ແຕ່ຊັ້ນການສຶກສາ ກ່ອນໄວຮຽນຈົນຮອດ ການສຶກສາຊັ້ນສູງ ແຕ່ເວລາເປີດຮຽນ ຂອງສະຖານການ ສຶກສາແຕ່ລະແຫ່ງ ແຕ່ລະທ້ອງຖິ່ນຈະແຕກຕ່າງກັນ ຂຶ້ນກັບສະຖານະການ ແລະ ການພິຈາລະນາ ຂອງຄະນະສະເພາະກິດ ຕ້ານພະຍາດໂຄວິດ-19 ໃນແຕ່ລະແຫ່ງ.
ຂປລ. ສະພາບການລະບາດ ຂອງພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 2 ກັນຍາ 2021, ຄະນະສະເພາະກິດ ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 3.711 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 170 ຄົນ, ຕິດເຊື້ອໃນຊຸມຊົນ 41 ຄົນ, ເປັນຜູ້ສໍາຜັດໃກ້ຊິດ ນໍາຜູ້ຕິດເຊື້ອທີ່ຜ່ານມາ ແລະ ຕິດເຊື້ອກໍລະນີ ນຳເຂົ້າ 129 ຄົນ, ເຮັດໃຫ້ຕົວເລກ ຜູ້ຕິດເຊື້ອສະສົມທັງໝົດ 15.459 ຄົນ, ເສຍຊີວິດ14 ຄົນ, ກໍາລັງປິ່ນປົວ 5.317 ຄົນ.
ຂປລ. ເຫັນໄດ້ວ່າເກືອບ 2 ປີ ທີ່ພະຍາດໂຄວິດ-19 ໄດ້ແຜ່ລະບາດໄປທົ່ວໂລກ, ມີການລາຍງານຈາກຂະແໜງການທີ່ກ່ຽວຂ້ອງ ຈໍານວນຕົວເລກຜູ້ຕິດເຊື້ອໃໝ່, ຜູ້ປິ່ນປົວຫາຍດີ, ຍອດຜູ້ເສຍຊີວິດທີ່ເພີ່ມຂຶ້ນໃນແຕ່ລະມື້ ແລະ ພ້ອມດຽວກັນນັ້ນ, ກໍແມ່ນການປະຕິບັດພາລະໜ້າທີ່ ອັນໜັກໜ່ວງຂອງບັນດາແພດໝໍ, ເຊິ່ງໄລຍະ 2 ປີຜ່ານມາ, ໂຄວິດ-19 ໄດ້ຂ້າຊີວິດແພດ
ຂປລ. ທ່ານ ສິວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມ ພິທີເຊັນສັນຍາ ຮ່ວມໂຄງການບູລະນະ ແລະ ປົກປັກຮັກສາມໍລະດົກໂລກ ທົ່ງໄຫຫີນພາຍໃຕ້ກອງທຶນທ່ານເອກອັກຄະລັດຖະທູດອາເມລິກາ ເພື່ອການອະນຸລັກວັດທະນະທຳ (AFCP) ໃນວັນທີ 28 ສິງຫາ 2021 ຜ່ານມານີ້ວ່າ: ໃນໄລຍະພະຍາດໂຄວິດ-19 ລະບາດມານີ້, ເຮັດໃຫ້ນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວແຂວງຊຽງຂວາງ ຫລຸດລົງປະມານ 80%, ເຊິ່ງມີແຕ່ນັກທ່ອງທ່ຽວພາຍໃນປະເທດເທົ່ານັ້ນທີ່ມາເຂົ້າມາທ່ຽວຊົມໃນໄລຍະນີ້. ປັດຈຸບັນ, ພວກເຮົາກຳລັງສ້າງແຜນເພື່ອຟື້ນຟູ ແລະ ຮ່ວມກັບບັນດາຂະແໜງການຕ່າງໆ ໂດຍສະເພາະກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນໂຄງການລາວທ່ຽວລາວ.
ທ່ານ ຮີລຕັນ ໄຄລນ(Hilton Klein),ປະທານ ເຈົ້າໜ້າທີ່ ບໍລິຫານ ຂອງບໍລິສັດ ນູໂມລັກ ກຣຸບ(Numolux Group) ຖະແຫລງ ໃນວັນທີ11ກັນຍາ2021ນີ້ວ່າ: ທາງບໍລິສັດ ພວມເຈລະຈາ ກັບບໍລິສັດ ຊີໂນແວກ ໄບໂອເທັກ ກ່ຽວກັບ ການຕັ້ງໂຮງງານ ຜະລິດ ວັກຊິນ ປ້ອງກັນ ໂຄວິດ-19 ໃນອັບຟຣິກາໃຕ້
ວັນທີ 13 ສິງຫາ ເປັນວັນທີ່ມີຄວາມໝາຍສຳຄັນທີ່ສຸດສຳລັບສື່ມວນຊົນລາວ ເພາະເປັນວັນ ສື່ມວນຊົນແຫ່ງຊາດ ແລະ ກໍມີກົດໝາຍວ່າດ້ວຍ ສື່ມວນຊົນ ໂດຍເລີ່ມແຕ່ປີ 2008 ເປັນຕົ້ນມາ, ຮອດວັນທີ 13 ສິງຫາ ອົງການຖະແຫລງຂ່າວ, ສື່ມວນຊົນ ໃນທົ່ວປະເທດ ໄດ້ຈັດຕັ້ງການສະເຫລີມສະຫລອງວັນສຳຄັນດັ່ງກ່າວດ້ວຍຫລາຍຮູບການທີ່ແທດເໝາະກັບຍຸກສະໄໝ ເພື່ອລະນຶກຄືນບົດບາດຄວາມສຳຄັນຂອງສື່ຕໍ່ທຸກໆໄລຍະຂອງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ປີນີ້ ກໍໝູນວຽນມາບັນຈົບຄົບຮອບ 71 ປີ (13ສິງຫາ1950-13ສິງຫາ 2021).
ຍ້ອນເປັນເຫດການທີ່ສຳຄັນຍິ່ງ ປະຊາຊົນລາວທຸກສາຂາອາຊີບ, ພາກສ່ວນລັດ-ເອກະຊົນ ຈຶ່ງໄດ້ພ້ອມພາກັນສ້າງຂະບວນການຕ່າງໆ ເພື່ອຂ່ຳນັບຊົມເຊີຍກອງປະຊຸມດັ່ງກ່າວ ແລະ ມີຫລາຍພາກສ່ວນທີ່ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເພື່ອຮັບໃຊ້ກອງປະຊຸມຄັ້ງນີ້ດ້ວຍຄວາມຮັບຜິດຊອບສູງ ແລະ ພາກພູມໃຈ.
-----------------------------------------------------------------------------------------------------------------------------------------------------------------------------------------------------------
-----------------------------------------------------------------------------------------------------------------------------------------------------------------------------------------------------------